ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດ​ການ​ແຕ່ງຕັ້ງ ຮອງ​ຫົວໜ້າ​ການ​ທະຫານ ວິທະຍາຄານ​ເຕັກນິກ​ການ​ທະຫານ


     ວັນທີ 7 ທັນວາ 2023 ນີ້, ວິທະຍາຄານເຕັກນິກການທະຫານ ໄດ້ປະກາດການແຕ່ງຕັ້ງຮອງ ຫົວໜ້າ ການທະຫານວິທະຍາຄານ
ເຕັກນິກການທະຫານ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະ
ເທດ, ຫົວໜ້າ ກົມໃຫຍ່ເຕັກນິກກອງທັບ, ມີຜູ້ຕາງໜ້າກົມທີ່ກ່ຽວຂ້ອງ, ຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ຄະນະວິຊາ, ສູນ
ເຝິກຫັດ-ທົດລອງ ແລະ ກອງພັນນັກສຶກສາ ເຂົ້າຮ່ວມ.

     ສະຫາຍ ພັນໂທ ວິນທອງ ໄຊຍະວົງ ຮອງຫົວໜ້າ ກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານຂໍ້ຕົງລົງຂອງກະຊວງປ້ອງ
ກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າ ການທະຫານວິທະຍາຄານເຕັກນິກການທະຫານ, ອີງຕາມກົດໝາຍນາຍທະຫານກອງທັບ
ປະຊາຊົນລາວ (ສະບັບປັບປຸງ ) ໃນພາກ ທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງ
ກ່ຽວກັບການປັບປຸ່ງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດ ໃຫ້ເຂັ້ມແຂງໜັກແໜ້ນຮອບດ້ານ ເພື່ອເຮັດໃຫ້ສຳ
ເລັດໜ້າທີ່ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ວຽງເພັດ ສົມ
ມະນີ ເປັນຮອງຫົວໜ້າການທະຫານ, ທັງເປັນຫົວໜ້າຫ້ອງອົບຮົມ ວິທະຍາຄານເຕັກນິກການທະຫານ.

     ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ເນັ້ນໜັກໃຫ້ສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ຍົກສູງຄວາມ ຮັບຜິດຊອບທາງດ້ານການເມືອງ ບົນຈິດໃຈ
ກຸ່ມຕົນເອງ, ມີຄວາມຕັດສິນໃຈສູງກ້າເຮັດກ້າຮັບຜິດຊອບ, ເອົາໃຈໃສ່ເຊື່ອມຊຶມທາງດ້ານການເມືອງ-ນຳພາແນວຄິດ, ມີຄຸນສົມບັດສິນທຳ
ປະຕິວັດ, ຍົກສູງນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າໃນການປັບປຸງບູລະນະກົມກອງ
ແລະ ເຮັດໃຫ້ສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍ.

ແຫຼ່ງຂ່າວໂດຍ ໄຂຄຳ ພົມມະສານ
ວັນທີ 18/12/2023